ນະໂຍບາຍປ່ຽນສິນຄ້າ
ຮ້ານຂອງພວກເຮົາໃຫ້ບໍລິການປ່ຽນສິນຄ້າພາຍໃນ 7 ມື້ ນັບຈາກມື້ທີ່ຮັບສິນຄ້າ ເພື່ອໃຫ້ລູກຄ້າໝັ້ນໃຈໃນການຊື້ສິນຄ້າ. ຖ້າສິນຄ້າບໍ່ຕອບໂຈດ ພວກເຮົາຍິນດີຊ່ວຍປ່ຽນໃຫ້.
ເງື່ອນໄຂການປ່ຽນສິນຄ້າ
- ສິນຄ້າຕ້ອງຊື້ຈາກຮ້ານຂອງພວກເຮົາ ແລະ ມີໃບຮັບປະກັນ
- ສິນຄ້າຕ້ອງຢູ່ໃນສະພາບເດີມ ບໍ່ມີຮອຍຂີດຂ່ວນ ຫຼື ບິດເບືອນ
- ອຸປະກອນເສີມ, ກ່ອງ ແລະ ເອກະສານຕ້ອງຄົບຖ້ວນ
- ປ່ຽນຟຣີ ຖ້າສິນຄ້າມີຂໍ້ບົກຜ່ອງຈາກຜູ້ຜະລິດ ພາຍໃນ 30 ມື້
- ບໍ່ຮັບປ່ຽນສິນຄ້າທີ່ລາຄາຕ່ຳກວ່າ
- ປ່ຽນໄດ້ສູງສຸດ 1 ຄັ້ງ ຕໍ່ລູກຄ້າ 1 ທ່ານ
ວິທີການປ່ຽນສິນຄ້າ
ປ່ຽນທີ່ຮ້ານ: ນຳສິນຄ້າມາປ່ຽນທີ່ຮ້ານໂດຍກົງ ບໍ່ເສຍຄ່າໃຊ້ຈ່າຍ.
ປ່ຽນທາງໄປສະນີ:
- ຫໍ່ສິນຄ້າ 3 ຊັ້ນ (ສິນຄ້າ + ກັນກະທົບ + ກ່ອງ)
- ພວກເຮົາຈະມາຮັບສິນຄ້າໃຫ້
- ລູກຄ້າຮັບຜິດຊອບຄ່າຂົນສົ່ງ
- ສົ່ງສິນຄ້າໃໝ່ໃຫ້ ຫຼັງກວດສອບແລ້ວ
ຄ່າເສື່ອມ
- ສິນຄ້າ Likenew: ບໍ່ເສຍຄ່າ ພາຍໃນ 7 ມື້
- ສິນຄ້າໃໝ່ 100%: ຫັກ 15% ຄ່າເສື່ອມ
ກໍລະນີທີ່ບໍ່ຮັບປ່ຽນ
- ສິນຄ້າເກີນ 7 ມື້ ນັບຈາກມື້ຊື້
- ສິນຄ້າມີຮອຍເສຍຫາຍ ຫຼື ໃຊ້ງານແລ້ວຈົນສະພາບປ່ຽນ
- ຂາດອຸປະກອນເສີມ ຫຼື ກ່ອງ
- ສິນຄ້າເສຍຫາຍຈາກການໃຊ້ຜິດວິທີ
ຫາກມີຂໍ້ສົງໄສ ກະລຸນາຕິດຕໍ່ພວກເຮົາກ່ອນສົ່ງສິນຄ້າ.