ຄຳອະທິບາຍ
ຈ້ຳບີງໄຟສຸກເສີນພາຍໃນ 1 ຫາ 2 ນາທີ
ອຸປະກອນຈ້ຳບີງອາຄຸຍລົດ ໃຊ້ສຳລັບກະຕຸ້ນໄຟໃຫ້ລົດໃນກໍລະນີທີ່ລົດສະຕາດບໍ່ຕິດຍ້ອນໄຟໝົດ. ຊ່ວຍໃຫ້ລົດກັບມາສະຕາດຕິດໄດ້ຢ່າງວ່ອງໄວ ໂດຍໃຊ້ເວລາພຽງ 2 ຫາ 3 ນາທີເທົ່ານັ້ນ.


ຮອງຮັບການຈ້ຳບີງໄຟໃຫ້ລົດຫຼາຍລຸ້ນ
ດ້ວຍກະແສໄຟສູງເຖິງ 1200A ສາມາດຮອງຮັບລົດທີ່ໃຊ້ແກັດໂຊລິນ (Petrol) ໄດ້ເຖິງ 6.5L ແລະ ລົດທີ່ໃຊ້ດີເຊລ (Diesel) ໄດ້ເຖິງ 5.0L (ລະບົບໄຟ 12V).

ຄວາມຈຸແບັດເຕີຣີຂະໜາດໃຫຍ່
ໃຊ້ແບັດເຕີຣີ Lithium ທີ່ມີຄວາມຈຸສູງເຖິງ 28000mAh. ການສາກເຕັມ 1 ຄັ້ງ ສາມາດໃຊ້ຈ້ຳບີງໄຟໄດ້ 30 ຫາ 50 ຄັ້ງ.

ທົນທານຕໍ່ທຸກສະພາບແວດລ້ອມ
ໃຊ້ຊິບ IC ຄຸນນະພາບສູງ ຊ່ວຍໃຫ້ອຸປະກອນເຮັດວຽກໄດ້ປົກກະຕິໃນອຸນຫະພູມແຕ່ -40 ອົງສາ ຫາ 65 ອົງສາເຊ ໂດຍບໍ່ມີບັນຫາ.

ໃຊ້ງານງ່າຍ ບໍ່ຍຸ່ງຍາກ
ມີໄຟສະແດງສະຖານະແບັດເຕີຣີ 4 ລະດັບ ແລະ ລະດັບແຮງດັນໄຟຟ້າ 3 ລະດັບ ເພື່ອຄວາມສະດວກໃນການຕິດຕາມ.

ມີໄຟ LED ສ່ອງສະຫວ່າງໃນຕົວ
ມີໄຟ LED ທີ່ໃຫ້ຄວາມສະຫວ່າງສູງ ສຳລັບໃຊ້ໃນຍາມສຸກເສີນ ພ້ອມໂໝດໄຟ SOS ແຈ້ງເຕືອນ.

ສາຍຄີບອາຄຸຍລຸ້ນໃໝ່ ປອດໄພກວ່າ
ລະບົບຈະມີສັນຍານແຈ້ງເຕືອນອັດຕະໂນມັດ ຫາກທ່ານຕໍ່ສາຍຄີບເຂົ້າກັບຂົ້ວອາຄຸຍຜິດຂົ້ວ.

ເປັນແບັດເຕີຣີສຳຮອງ ພ້ອມພອດ USB 4 ພອດ
ສາມາດໃຊ້ເປັນ Power bank ຊ່ວຍສາກໂທລະສັບ ແລະ ແທັບເລັດໄດ້ທຸກລຸ້ນ ຜ່ານພອດ USB 5V (Lightning, Type-C, Micro USB).



ຂໍ້ມູນຜະລິດຕະພັນ
- ແຮງດັນໄຟອອກ: 12V
- ແຮງດັນໄຟເຂົ້າ: 220V (ສຳລັບສາກໄຟ)
- ຄວາມຈຸແບັດເຕີຣີ: 28000mAh
- ຂະໜາດ: 160 x 80 x 30 ມມ
- ໄຟສ່ອງສະຫວ່າງ: ມີໄຟ LED ໃນຕົວ
- ໄລຍະເວລາໃຊ້ງານ: ໃຊ້ຕໍ່ເນື່ອງ 5 ຫາ 7 ຊົ່ວໂມງ (ຈ້ຳບີງໄດ້ 30 ຫາ 50 ຄັ້ງ)
- ໄລຍະເວລາສາກ: ສາກເຕັມພາຍໃນ 2 ຫາ 3 ຊົ່ວໂມງ
- ອຸນຫະພູມເຮັດວຽກ: -40 ຫາ 85 ອົງສາເຊ
- ພອດສາກອອກ: USB 4 ພອດ
- ອຸປະກອນໃນຊຸດ: ເຄື່ອງຈ້ຳບີງ, ສາຍຄີບອາຄຸຍ, ຫົວສາກ, ສາຍສາກ 3 ຫົວ, ຄູ່ມືການໃຊ້ງານ



