Apple Watch ບໍ່ແມ່ນພຽງແຕ່ໂມງທຳມະດາ – ມັນຄືຜູ້ຊ່ວຍດ້ານສຸຂະພາບ, ຄວາມປອດໄພ ແລະ ການເຊື່ອມຕໍ່ທີ່ສວມໄດ້ຕາມຂໍ້ມື. ນີ້ຄືເຫດຜົນທີ່ Apple Watch ໄດ້ຮັບຄວາມນິຍົມສູງຂຶ້ນໃນທົ່ວໂລກ.

ຕິດຕາມສຸຂະພາບຢ່າງຄົບຖ້ວນ
Apple Watch ມີເຊັນເຊີທີ່ທັນສະໄໝສຳລັບການວັດຄ່າດ້ານສຸຂະພາບ ລວມທັງ:
- ອັດຕາການເຕັ້ນຂອງຫົວໃຈ (Heart Rate) ວັດໄດ້ຢ່າງຕໍ່ເນື່ອງ 24 ຊົ່ວໂມງ ແລະ ແຈ້ງເຕືອນເມື່ອຄ່າສູງຜິດປົກກະຕິ
- ລະດັບອົກຊີເຈນໃນເລືອດ (Blood Oxygen) ຕິດຕາມ SpO2 ໃຫ້ຮູ້ວ່າຮ່າງກາຍໄດ້ຮັບອົກຊີເຈນພຽງພໍ
- ECG ຄື້ນໄຟຟ້າຫົວໃຈ ກວດຫາຄວາມຜິດປົກກະຕິຂອງຈັງຫວະຫົວໃຈ
- ອຸນຫະພູມຮ່າງກາຍ ຕິດຕາມການປ່ຽນແປງໃນຕອນກາງຄືນ
ຊ່ວຍໃຫ້ອອກກຳລັງກາຍໄດ້ດີຂຶ້ນ
ສຳລັບຜູ້ທີ່ຮັກສຸຂະພາບ, Apple Watch ຄືເຄື່ອງມືທີ່ຂາດບໍ່ໄດ້. ມັນສາມາດຕິດຕາມ:
- ຈຳນວນກ້າວທີ່ຍ່າງໃນແຕ່ລະວັນ
- ແຄລໍລີ່ທີ່ເຜົາຜານ
- ເວລາທີ່ອອກກຳລັງກາຍ ລວມທັງ ແລ່ນ, ລ່ອງຈັກ, ວ່າຍນ້ຳ ແລະ ຫຼາຍກວ່າ 80 ປະເພດ
- GPS ສຳລັບການແລ່ນ ຫຼື ຂີ່ຈັກ ເຫັນເສັ້ນທາງໄດ້ຊັດເຈນ

ຄວາມປອດໄພໃນກໍລະນີສຸກເສີນ
ໜຶ່ງໃນຄຸນສົມບັດທີ່ສຳຄັນທີ່ສຸດຂອງ Apple Watch ຄື ການກວດຈັບການລົ້ມ (Fall Detection) ແລະ Emergency SOS. ຖ້າໂມງກວດພົບວ່າທ່ານລົ້ມ ແລະ ບໍ່ຕອບສະໜອງ, ມັນຈະໂທຫາຜູ້ຊ່ວຍເຫຼືອໂດຍອັດຕະໂນມັດ.
ຈັດການຊີວິດປະຈຳວັນໄດ້ງ່າຍຂຶ້ນ
- ອ່ານ ແລະ ຕອບຂໍ້ຄວາມ ຫຼື ຮັບສາຍໂທລະສັບ ໂດຍບໍ່ຕ້ອງດຶງໂທລະສັບອອກຈາກກະເປົາ
- ຈ່າຍເງິນດ້ວຍ Apple Pay ຢ່າງສະດວກ
- ໃຊ້ Siri ສັ່ງຕ່າງໆດ້ວຍສຽງ
- ຕິດຕາມຕາຕະລາງ ແລະ ການແຈ້ງເຕືອນຈາກ Calendar
ຊ່ວຍດ້ານການນອນ
Apple Watch ສາມາດຕິດຕາມການນອນ ລວມທັງ ໄລຍະ REM, ການນອນຫຼັບເລິກ ແລະ ການນອນຫຼັບເບົາ. ຂໍ້ມູນເຫຼົ່ານີ້ຊ່ວຍໃຫ້ທ່ານຮູ້ວ່າຄວນປ່ຽນນິໄສການນອນແນວໃດ ເພື່ອໃຫ້ຮ່າງກາຍຟື້ນຟູໄດ້ດີທີ່ສຸດ.
Apple Watch ຄືນ້ອງຊ່ວຍດ້ານສຸຂະພາບທີ່ສວມໄດ້ທຸກວັນ. ຖ້າທ່ານກຳລັງຊອກຫາວິທີດູແລຕົນເອງ ແລະ ຄົນຮັກ, Apple Watch ຄືທາງເລືອກທີ່ຄຸ້ມຄ່າທີ່ສຸດ.